Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ພິທີ ມອບ-ຮັບ ໜ້າທີ່ໃໝ່

#ພິທີ ມອບ-ຮັບ ໜ້າທີ່ ຫົວໜ້າກົມພັດທະນາຊົນນະບົດ (ຜູ້ເກົ່າ) ແລະ ຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ (ຜູ້ໃໝ່)
--------------------------------------------------------------------------
ພິທີ ມອບ-ຮັບ ໜ້າທີ່ໃໝ່ ລະຫວ່າງ ທ່ານ ບົວຫົງ ຄໍາຫາ ຫົວໜ້າກົມພັດທະນາຊົນນະບົດ (ຜູ້ເກົ່າ) ແລະ ທ່ານ ປອ. ທັດສະກາ ສະພັງທອງ ຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 01 ກໍລະກົດ 2025 ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ; ມີທ່ານຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ບັນດາທ່ານຕາງໜ້າຈາກຫ້ອງການກະຊວງ, ບັນດາກົມ; ບັນດາທ່ານຮອງຫົວໜ້າກົມ; ທ່ານຫົວໜ້າ-ຮອງຫົວໜ້າພະແນກ; ຫົວໜ້າ-ຮອງຫົວໜ້າຄະນະປະສານງານໂຄງການ; ພະນັກງານລັດຖະກອນ ພາຍໃນກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກເຂົ້າຮ່ວມ.
ໃນພິທີ, ທ່ານ ບົວຫົງ ຄໍາຫາ ຫົວໜ້າກົມພັດທະນາຊົນນະບົດ (ຜູ້ເກົ່າ) ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານຂອງ ກົມພັດທະນາຊົນນະບົດ ໃນໄລຍະຜ່ານມາໂດຍຫຍໍ້. ໃນໂອກາດດັ່ງກ່າວ ກໍ່ໄດ້ຈັດພິທີ ມອບ-ຮັບໜ້າທີ່ ຢ່າງເປັນທາງການ.
ໂອກາດດຽວກັນນີ້, ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ມີຄໍາເຫັນໂອ້ລົມ ພ້ອມທັງເນັ້ນໜັກມາຍັງຜູ້ທີ່ຮັບໜ້າທີ່ຊຸດໃໝ່ຈະຕ້ອງສຸມໃສ່ນໍາພາຊີ້ນໍາຈັດຕັ້ງປະຕິບັດໃນຕໍ່ໜ້າ ດັ່ງນີ້:
1. ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກ, ລັດຖະກອນ ເປັນປົກກະຕິຕໍ່ເນື່ອງ ໃນທາງເລິກ ແລະ ທາງກວ້າງ ເພື່ອໃຫ້ພະນັກງານສະມາຊິກພັກ, ລັດຖະກອນ ສືບຕໍ່ມີແນວຄິດອຸ່ນອ່ຽນທຸ່ນທ່ຽນ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານດ້ວຍຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງຂຶ້ນຕື່ມອີກ;
2. ສືບຕໍ່ປັບປຸງກົງຈັກການຈັດຕັ້ງໜ່ວຍພັກຮາກຖານ ເປັນຄະນະພັກຮາກຖານ ຕາມການຕົກລົງ ຂອງຄະນະພັກຂັ້ນເທິງ ໄປພ້ອມກັບຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ;
3. ສືບຕໍ່ນໍາພາຊີ້ນໍາການສ້າງນິຕິກໍາ ຈານວນໜຶ່ງໃຫ້ສໍາເລັດ ເປັນຕົ້ນ ການສ້າງຍຸດທະສາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ຍຸດທະສາດການຈັນສັນພູມສໍາເນົາ ແລະ ອາຊີບ; ການປັບປຸງດໍາລັດ ວ່າດ້ວຍມາດ ຕະຖານພົ້ນທຸກ ແລະ ພັດທະນາ; ຮ່າງບົດແນະນໍາການຈັດຕັ້ງປະຕິບັດ ຄໍາສັ່ງ 097/ກມສພ ແລະ ອື່ນໆ;
4. ສືບຕໍ່ປະສານກັບພາກສ່ວນກ່ຽວຂ້ອງ ເພື່ອປັບປຸງຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂັ້ນສູນກາງ ແລະ ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄືນ ໃໝ່ໃຫ້ສອດຄ່ອງກັບທິດຊີ້ນໍາໃໝ່ ຂອງຂັ້ນເທິງ;
5. ສືບຕໍ່ປະສານກັບກົມທ້ອງຖິ່ນຮາກຖານ ຂອງຫ້ອງວ່າການສູນກາງພັກ ແລະ ກົມກ່ຽວຂ້ອງ ເພື່ອກະກຽມດໍາເນີນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ວຽກພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈໍາປີ 2025 ແລະ 5 ປີ;
6. ສືບຕໍ່ປະສານສົມທົບ, ຕິດຕາມ, ຊຸກຍູ້ ແລະ ສັງລວມລາຍງານ ການຈັດຕັ້ງປະຕິບັດຕົວເລກຄາດໝາຍສູ້ຊົນດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈໍາປີ 2025 ແລະ ການດໍາເນີນການປະເມີນສະພາບພົ້ນທຸກ ແລະ ພັດທະນາໃນປີ 2025;
7. ສືບຕໍ່ປະສານສົມທົບ, ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນ ຂອງລັດ ໃນປີ 2025 ບ້ວງສູນກາງຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດໂຄງການທຶນຊ່ວຍເຫຼືອລ້າ, ໂຄງການກູ້ຢືມ ທີ່ຂຶ້ນກັບກົມ. ໃນນີ້ ຂະໄດ້ຮີບຮ້ອນກວດກາ ແລະ ແກ້ໄຂບັນດາຂໍ້ສະເໜີແນະ ຂອງທີມງານຊ່ຽວຊານ ຂອງທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ໃນການຈັດຕັ້ງປະຕິບັດໂຄງການ ລພຊ 2 ແລະ ໂຄງການ ສລຊ;
8. ສືບຕໍ່ປັບປຸງກົນໄກການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຍັງບໍ່ທັນໄດ້ປັບປຸງເປັນລະບົບທີ່ໂລ່ງລ່ຽນກົມກຽວໄປລວງດຽວກັນ, ການຈັດຕັ້ງປະຕິບັດ 3 ວຽກ (ວຽກກໍ່ສ້າງຮາກຖານການເມືອງ, ວຽກພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ) ໃຫ້ເປັນເສົາຄໍ້າເຊິ່ງກັນ ແລະ ກັນ; ກົນໄກການຄຸ້ມຄອງງົບປະມານການລົງທຶນ ຂອງລັດ, ທຶນຊ່ວຍເຫຼືອລ້າ, ທຶນກູ້ຢືມ ທີ່ນໍາໃຊ້ເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາ ໃຫ້ລວມສູນ ແລະ ສາມາດສັງລວມລາຍງານຂັ້ນເທິງໄດ້;
9. ກະກຽມກວດກາ ແລະ ປະເມີນການພັດທະນາຈຸດສຸມພັດທະນາທີ່ເປັນບຸລິມະສິດ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ຕາມຂໍ້ຕົກລົງ ເລກທີ 72/ນຍ ເພື່ອສະຫຼຸບລາຍງານ ແລະ ກໍານົດຈຸດສຸມພັດທະນາທີ່ເປັນບຸລິມະສິດຄຶນໃໝ່ ເພື່ອສຸມທຶນຮອນເຂົ້າໃສ່ພັດທະນາໃຫ້ຕົວແບບທີ່ຍືນຍົງ;
10. ສືບຕໍ່ປະສານສົມທົບກັບກົມກ່ຽວຂ້ອງ ຂອງກໍາມາທິການບັນດາເຜົ່າ ສະພາແຫ່ງຊາດ ເພື່ອປັບປຸງສ້າງກົນໄກການປະສານງານ ເພື່ອໃຫ້ສະພາແຫ່ງຊາດ ກໍ່ຄືສະພາປະຊາຊົນຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້ຕິດ ຕາມ ກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມມະຕິກອງປະຊຸາສະພາແຫ່ງຊາດ ໃນແຕ່ລະໄລຍະ;
11. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອກະກຽມການສະຫຼຸບລາຍງານ ກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 134/ສພຊ, ລົງວັນທີ 1 ກໍລະກົດ 2024 ເພື່ອລາຍງານຕໍ່ລັດຖະບານ ແລະ ສະພາແຫ່ງຊາດ.
#ຂ່າວ-ພາບ: ກຸ່ມວຽກໄອຊີທີ (DRD)