1994
| ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 16/ກມສພ, ລົງວັນທີ 03 ພະຈິກ 1994 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳພັດທະນາຊົນນະບົດ ຂັ້ນສູນກາງ ແລະ ຂໍ້ກຳນົດເລກທີ 40/ກມສພ, ລົງວັນທີ 03 ພະຈິກ 1994 ວ່າດ້ວຍພາລະ ບົດບາດຂອງຄະນະຊີ້ນຳ ພັດທະນາຊົນນະບົດ ຂັ້ນສູນກາງ ໂຄງຮ່າງການຈັດຕັ້ງ: ມະຕິເລກທີ 16/ກມສພ ວ່າດ້ວຍການແຕ່ງຕັ້ງ ຄຊພສ ໂດຍມີຄື: 1. ທ່ານ ອຸດົມ ຂັດຕິຍະ ອາດີດກົມການເມືອງສູນກາງພັກ ເປັນຫົວໜ້າ 2. ທ່ານ ວົງເພັດ ໄຊເກີຢ່າຈົງເກີ ເປັນຮອງຫົວໜ້າ 3. ທ່ານ ຢ້າວ ພອນວັນທາ ເປັນຮອງ |
1996
| ໂຄງຮ່າງການຈັດຕັ້ງ: ລັດຖະບານໄດ້ອອກດໍາລັດເກລທີ 131/ນຍ, ລົງວັນທີ 12/7/1996 ວ່າດ້ວຍແຕ່ງຕັ້ງຄະນະຊີ້ນໍາ ຂອງ ຄພຊສ ໂດຍມີ: 1. ທ່ານ ບຸນຍັງ ວໍລະຈິດ ກົມການເມືອງສູນກາງພັກ ເປັນປະທານ 2. ທ່ານ ບົວທອງ ວົງລໍຄຳ ເປັນຮອງປະທານ, ຜູ້ປະຈຳການ 3. ທ່ານ ສ່ຽນ ສະພັງທອງ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເປັນຮອງປະທານ |
1998
| ໂຄງຮ່າງການຈັດຕັ້ງ: ລັດຖະບານໄດ້ອອກດໍາລັດ ເລກທີ 61/ນຍ, ວ່າດ້ວຍການແຕ່ງຕັ້ງຜູ້ຊີ້ນໍາວຽກງານພັດທະນາຊົນນະບົດ ຂັ້ນສູນກາງ ໂດຍມີ: 1. ທ່ານ ຈູມມະລີນ ໄຊຍະສອນ ກົມການເມືອງສູນກາງພັກ ເປັນຜູ້ຊີ້ນຳ 2. ທ່ານ ໄຊເຊັງລີ ເຕັງເບຼຍຈື ລັດຖະມົນຕີປະຈຳ ສນຍ ເປັນປະທານ 3. ທ່ານ ສ່ຽນ ສະພັງທອງ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເປັນຮອງປະທານ |
2006
| ໂຄງຮ່າງການຈັດຕັ້ງ: ມະຕິຕົກລົງຂອງກົມການເມືອງສູນກາງພັກ ແລະ ແຈ້ງການຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 636/ຫສພ, ລົງວັນທີ 31 ຕຸລາ 2006 ລັດຖະບານໄດ້ສ້າງຕັ້ງຄະນະຊີ້ນໍາພັດທະນາຊົນນະບົດຂຶ້ນຄືນໃໝ່, ຕາມດໍາລັດເລກທີ 60/ນຍ, ລົງວັນທີ 24 ມັງກອນ 2017 ວ່າດ້ວຍການແຕ່ງຕັ້ງ: ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ ໂດຍມີ: 1. ທ່ານ ສົມສະຫວາດ ເລັ່ງສະຫວັດ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານພັດທະນາຊົນນະບົດ ເປັນຜູ້ຊີ້ນຳວຽກງານ ພຊລທ 2. ທ່ານ ອ່ອນເນື້ອ ພົມມະຈັນ ລັດຖະມົນຕີປະຈຳ ສນຍ ເປັນປະທານ 3. ທ່ານ ເມກ ພັນລັກ ລັດຖະມົນຕີປະຈຳ ສນຍ ເປັນຮອງປະທານ 4. ທ່ານ ສີວິໄຊ ໄຊຍາເພັດ ຜູ້ອຳນວຍການ ທລຍ ເປັນຮອງປະທານ |
2011-2016
| ດໍາລັດເລກທີ 20/ນຍ, ລົງວັນທີ 19 ມັງກອນ 2012 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂັ້ນສູນກາງ ໂຄງຮ່າງການຈັດຕັ້ງ: 1. ທ່ານ ບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳ ຫສນຍ, ຫົວໜ້າ ຄພທສ 2. ທ່ານ ສົມສະນິດ ສຸວັນນະລາດ ຮອງຫົວໜ້າຫ້ອງການ ຄພທສ 3. ທ່ານ ເມກ ພັນລັກ ລັດຖະມົນຕີປະຈຳ ຫສນຍ, ຮອງຫົວໜ້າຫ້ອງການ ຄພທສ 4. ທ່ານ ທອງວັນ ວິໄລເຮືອງ ຮອງຫົວໜ້າຫ້ອງການ ຄພທສ |
2016-2020
| ດໍາລັດ ສະບັບເລກທີ 99/ນຍ, ລົງວັນທີ 9 ມີນາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກໍາ ແລະ ປ່າໄມ້, ຊຶ່ງໃນໂຄງປະກອບການຈັດຕັ້ງ ປະກອບມີກົມພັດທະນາຊົນນະບົດ ແລະ ສະຫະກອນ ຕາມຂໍ້ຕົກລົງ ສະບັບເລກທີ 3827/ກປ, ລົງວັນທີ 18 ສິງຫາ 2011 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພັດທະນາຊົນນະບົດ ແລະ ສະຫະກອນ ໂຄງຮ່າງການຈັດຕັ້ງ: 1. ທ່ານ ປອ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ຊີ້ນຳ 2. ທ່ານ ກອງແກ້ວ ວົງປະເສີດ ຫົວໜ້າກົມ ພຊສ 3. ທ່ານ ຄຳອ້ວນ ຄຳພູແກ້ວ ຮອງຫົວໜ້າກົມ ພຊສ 4. ທ່ານ ນາງ ແວວມະນີ ເທບພະວົງ ຮອງຫົວໜ້າກົມ ພຊສ |
2020-2024
| ດໍາລັດ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກໍາ ແລະ ປ່າໄມ້, ຊຶ່ງໃນໂຄງປະກອບການຈັດຕັ້ງ ປະກອບມີກົມພັດທະນາຊົນນະບົດ ຕາມຂໍ້ຕົກລົງ ສະບັບເລກທີ 0265/ກປ, ລົງວັນທີ 10 ກຸມພາ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພັດທະນາຊົນນະບົດ ໂຄງຮ່າງການຈັດຕັ້ງ: 1. ທ່ານ ປອ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ຊີ້ນຳ 2. ທ່ານ ບົວຫົງ ຄຳຫາ ຫົວໜ້າ ກົມພັດທະນາຊົນນະບົດ 3. ທ່ານ ອະໂນສັກ ແພງທີມວົງ ຮອງຫົວໜ້າ ກົມພັດທະນາຊົນນະບົດ 4. ທ່ານ ນາງ ແວວມະນີ ເທບພະວົງ ຮອງຫົວໜ້າ ກົມພັດທະນາຊົນນະບົດ 5. ທ່ານ ນາງ ບາແກ້ວ ສຸວັນນະລາດ ຮອງຫົວໜ້າກົມ ກົມພັດທະນາຊົນນະບົດ |
2024-ປະຈຸບັນ
ດໍາລັດ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກໍາ ແລະ ປ່າໄມ້, ຊຶ່ງໃນໂຄງປະກອບການຈັດຕັ້ງ ປະກອບມີກົມພັດທະນາຊົນນະບົດ ຕາມຂໍ້ຕົກລົງ ສະບັບເລກທີ 3694/ກປ, ລົງວັນທີ 23 ສິງຫາ 2023 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພັດທະນາຊົນນະບົດ
|