Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ພາລະບົດບາດ

Untitled 2 .auto-style1 { font-family: "Phetsarath OT"; font-size: medium; } .auto-style2 { text-align: right; } .auto-style3 { color: #0033CC; } 

       ກົມພັດທະນາຊົນນະບົດ ມີໜ້າທີ່ດັ່ງນີ້:  

1.ປະຕິບັດກົດໝາຍ, ດຳລັດ, ນິຕິກຳອື່ນຂອງຂັ້ນເທິງ ແລະ ນິຕິກຳຕ່າງໆ ຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ້;
2.ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານກະສິກຳ, ສິ່ງແວດລ້ອມ ແລະ ພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ມາເປັນແຜນງານ ແລະ ໂຄງການສະເພາະ ຂອງຕົນ ພ້ອມທັງຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ; ຄົ້ນຄວ້າ, ສ້າງຮ່າງຍຸດທະສາດ ແລະ ນະໂຍບາຍ ກ່ຽວກັບການຄຸ້ມຄອງ, ຊຸກຍູ້ສົ່ງເສີມ, ພັດທະນາ ແລະ ກວດກາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມທິດ 3 ສ້າງ ເພື່ອສະເໜີລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພິຈາລະນາຮັບຮອງ; ຄົ້ນຄວ້າສ້າງ, ປັບປຸງ, ໂຄສະນາເຜີຍແຜ່ ແລະ ກວດກາປະເມີນຜົນການຈັດຕັ້ງປະຕິບັດບັນດາກົດໝາຍ, ນິຕິກຳລຸ່ມກົດໝາຍ, ນະໂຍບາຍ, ແຜນຍຸດທະສາດ, ແຜນງານ ແລະ ໂຄງການກ່ຽວກັບຂະແໜງພັດທະນາຊົນນະບົດ;
3.ສຸມທຸກກໍາລັງແຮງ ເຂົ້າໃນການພັດທະນາຊົນນະບົດ ແລະ ສິ່ງແວດລ້ອມ ເພື່ອປະກອບສ່ວນຊຸກຍູ້ການຜະລິດສະບຽງອາຫານໃຫ້ພຽງພໍ ເພື່ອຄ້ຳປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ, ມີວັດຖຸດິບປ້ອນໂຮງງານປຸງແຕ່ງ, ມີຜົນຜະລິດສົດ, ສະອາດ ແລະ ປອດໄພ ເພື່ອຊົມໃຊ້ພາຍໃນປ່ຽນແທນການນໍາເຂົ້າ ແລະ ຜະລິດສິນຄ້າສົ່ງອອກ;
4.ເປັນໃຈກາງສັງລວມ ແລະ ສ້າງເປັນແຜນງານ,​ ແຜນການ ແລະ ໂຄງການ ກ່ຽວກັບການພັດທະນາຊົນນະບົດຮອບດ້ານລະດັບຊາດ; ສ້າງແຜນການ ແລະ ໂຄງການ ເພື່ອພັດທະນາພື້ນຖານໂຄງລ່າງທີ່ຕິດພັນກັບວຽກງານກະສິກໍາ ແລະ ສິ່ງແວດລ້ອມ ໃນຊົນນະບົດ; ສ້າງແຜນການ ແລະ ໂຄງການພັດທະນາອາຊີບ ແລະ ປັບ ປຸງລະບົບການຈັດຕັ້ງການຜະລິດໃນຊົນນະບົດ ເພື່ອສະເໜີລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພິຈາລະນາອະນຸມັດ ພ້ອມທັງເປັນໃຈກາງຄຸ້ມຄອງ, ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
5.ຄົ້ນຄວ້າກຳນົດມາດຕະຖານ ແລະ ຕົວຊີ້ວັດແຫ່ງຊາດ ກ່ຽວກັບວຽກງານພັດທະນາຊົນນະບົດໃໝ່ (ມາດຕະຖານຄອບຄົວພົ້ນທຸກ ແລະ ພັດທະນາ; ມາດຕະຖານບ້ານພົ້ນທຸກ ແລະ ບ້ານພັດທະນາ; ມາດຕະຖານບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ; ມາດຕະຖານເມືອງພົ້ນທຸກ ແລະ ເມືອງເຂັ້ມແຂງຮອບດ້ານ) ຕາມທິດ 3 ສ້າງ, ຈັດຕັ້ງການປະເມີນບັນດາມາດຕະຖານ ຂອງຄອບຄົວ, ບ້ານ ແລະ ເມືອງ ພົ້ນທຸກ ແລະ ພັດທະນາ, ຊົນນະບົດໃໝ່, ພ້ອມທັງ​ວິເຄາະ, ວິໄຈ, ສັງລວມເຂົ້າລະບົບຖານຂໍ້ມູນ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເພື່ອນໍາສະເໜີ ລັດຖະບານ ພິຈາລະນາຮັບຮອງເປັນແຕ່ລະໄລຍະ;
6.ຄົ້ນຄວ້າ, ສະເໜີກໍານົດຈຸດສຸມພັດທະນາຊົນນະບົດໃນແຕ່ລະໄລຍະ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ເປັນຕົ້ນແມ່ນ ຈຸດສຸມຈັດສັນພູມລໍາເນົາ, ຈຸດສຸມສ້າງບ້ານພັດທະນາ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ຈຸດສຸມອື່ນໆ ໃຫ້ເປັນເອກະພາບ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ພ້ອມທັງສ້າງເປັນແຜນງານ,​ ແຜນການ ແລະ ໂຄງການໃຫ້ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ສຸມໃສ່ພັດທະນາ ພ້ອມທັງຊຸກຍູ້, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ເປັນແຕ່ລະໄລຍະ;
7.ຄົ້ນຄວ້າ, ກໍານົດຈຸດສຸມຈັດສັນພູມລຳເນົາ ແລະ ອາຊີບ ຂອງສູນກາງ ແລະ ທ້ອງຖິ່ນ (ຈຸດຍົກຍ້າຍປະຊາຊົນ, ຈັດເຕົ້າໂຮມ), ຈຸດຈັດສັນສະເພາະ ແຕ່ລະໄລຍະໃນທົ່ວປະເທດ; ຄົ້ນຄວ້າ, ສັງລວມ, ສ້າງແຜນການ ຈັດສັນພູມລຳເນົາ ແລະ ອາຊີບ ຕາມປະເພດ ຂອງການຈັດສັນພູມລຳເນົາ ແລະ ອາຊີບ ແລ້ວນຳເໜີຕໍ່ຄະ ນະກຳມະການຈັດສັນພູມລຳເນົາ ແລະ ອາຊີບ ຕາມຂັ້ນຄຸ້ມຄອງ;
8.ເປັນໃຈກາງປະສານງານກັບຂະແໜງການກ່ຽວຂ້ອງ ຂອງບັນດາກະຊວງ, ຫ້ອງການ, ບັນດາກົມ, ສະຖາບັນ, ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ໃນການພັດທະນາຊົນນະບົດຮອບດ້ານ ຕາມພາລະບົດບາດ ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ, ລວມທັງພັດທະນາພື້ນຖານໂຄງລ່າງທີ່ຕິດພັນກັບວຽກງານກະສິກຳ ແລະ ສິ່ງແວດລ້ອມ ໃນເຂດຊົນນະບົດ, ພັດທະນາອາຊີບ ແລະ ປັບປຸງລະບົບການຈັດຕັ້ງການຜະລິດ ເພື່ອສ້າງລາຍຮັບປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກໃຫ້ແກ່ຊາວຊົນນະບົດ, ຈັດສັນພູມລໍາເນົາ ແລະ ອາຊີບ, ກອງທຶນພັດທະນາຂັ້ນບ້ານຢູ່ເມືອງບໍ່ພົ້ນທຸກ ເພື່ອສົ່ງເສີມການຈັດຕັ້ງການຜະລິດ ແລະ ສ້າງໂອກາດໃຫ້ແມ່ຍິງ-ເດັກນ້ອຍເຂດຊົນນະບົດ;
9.ຄົ້ນຄວ້າ, ຈັດລຽງບຸລິມະສິດ, ຈັດສັນແຫຼ່ງທຶນຕ່າງໆ ແລະ ດັດແກ້ໂຄງການລົງທຶນຂອງລັດ ທີ່ຕິດພັນກັບວຽກງານພັດທະນາຊົນນະບົດ, ການພັດທະນາພື້ນຖານໂຄງລ່າງ ທີ່ຕິດພັນກັບວຽກງານກະສິກໍາ ແລະ ສິ່ງແວດລ້ອມ, ພັດທະນາອາຊີບ ແລະ ປັບປຸງລະບົບການຈັດຕັ້ງການຜະລິດ, ການສ້າງລາຍຮັບປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກໃຫ້ແກ່ຊາວຊົນນະບົດ ຢູ່ເຂດຈຸດສຸມພັດທະນາຊົນນະບົດໃໝ່, ຈັດສັນພູມລໍາເນົາ, ຈຸດສຸມສ້າງບ້ານພັດທະນາ, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ຈຸດສຸມ ອື່ນໆ ໃຫ້ເປັນເອກະພາບກັນລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ພ້ອມທັງຄຸ້ມຄອງ, ຕິດຕາມ, ​ຊຸກຍູ້, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດ ເປັນແຕ່ລະໄລຍະ;
10.ສ້າງ, ພັດທະນາ, ຄຸ້ມຄອງ ເຊື່ອມໂຍງລະບົບຖານຂໍ້ມູນ, ສະໜອງ, ນໍາໃຊ້ ແລະ ເຜີຍແຜ່ຂໍ້ມູນຂ່າວສານ  ກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ເຂົ້າເຖິງສະດວກ, ທັນການ ແລະ ທົ່ວເຖິງ;
11.ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດບັນດາໂຄງການງົບປະມານຂອງລັດ ແລະ ໂຄງການຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ໄປຕາມວຽກຈຸດສຸມ ຂອງກະຊວງ, ວຽກຈຸດສຸມ ຂອງລັດຖະບານໃນແຕ່ລະໄລຍະ ທັງຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ; ມີການຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ໃຫ້ມີຜົນສຳເລັດ;
12.ສັງລວມ, ເກັບກໍາຂໍ້ມູນ ແລະ ຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຖາວອນ ໃຫ້ປະຊາຊົນໃນເຂດເປົ້າໝາຍຍົກຍ້າຍ ແລະ ເຂດແກ້ໄຂບັນຫາການເຄື່ອນຍ້າຍ ຂອງພົນລະເມືອງແບບຊະຊາຍ, ສົມດຸນປະຊາກອນ ຫຼື ກໍາລັງແຮງງານກັບພື້ນທີ່ ຕາມຂັ້ນຕອນການຈັດສັນພູມລໍາເນົາ ແລະ ອາຊີບ ທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ;
13.ປະສານສົມທົບກັບບັນດາຂະແໜງການກ່ຽວຂ້ອງ ທັງພາກລັດ ແລະ ຜູ້ປະກອບການ ເພື່ອຊຸກຍູ້, ສົ່ງເສີມສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃນການຜະລິດເປັນສິນຄ້າ, ການເຂົ້າເຖິງແຫຼ່ງທຶນ, ການເຂົ້າເຖິງຕະຫຼາດ, ຝຶກອົບຮົມ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ໃຫ້ປະຊາຊົນໃນການພັດທະນາອາຊີບ, ປັບປຸງລະບົບການຈັດຕັ້ງການຜະລິດ, ສົ່ງເສີມ ແລະ ສ້າງໂອກາດໃຫ້ແມ່ຍິງ-ເດັກນ້ອຍເຂດຊົນ ນະບົດ, ຈຸດສຸມຊົນນະບົດໃໝ່, ຈັດສັນພູມລໍາເນົາ ແລະ ອາຊີບ, ສ້າງບ້ານພັດທະນາ, ສ້າງບ້ານໃຫຍ່ກາຍ ເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ຈຸດສຸມອື່ນໆ;
14.ຄຸ້ມຄອງ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນການຈັດຕັ້ງປະຕິບັດວຽກງານກອງ​ທຶນ​ພັດທະນາ​ຂັ້ນບ້ານ ຢູ່ເມືອງບໍ່ພົ້ນທຸກ (ບ້ວງ 500 ລ້ານກີບ) ໃຫ້ເຄື່ອນໄຫວໄປຕາມກົດໝາຍ ແລະ ລະບຽບການ ພ້ອມທັງສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ຂັ້ນເທິງ ແລະ ພາກສ່ວນກ່ຽວຂ້ອງ ແຕ່ລະໄລຍະ ຢ່າງເປັນປົກກະຕິ;
15.ພົວພັນ​ຮ່ວມ​ມືກັບພາກພື້ນ ແລະ ສາກົນ ກອບການຮ່ວມມື ສອງຝ່າຍ, ຫຼາຍຝ່າຍ, ອາຊຽນ, ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຂະບວນການກອງປະຊຸມໂຕະມົນ, ຜູ້ປະກອບການ ແລະ ອື່ນໆ ເພື່ອໃຫ້ໄດ້ການ​ຊ່ວຍ​ເຫຼືອ​ດ້ານ​ທຶນຮອນ ແລະ ດ້ານ​ເຕັກນິກ​ວິຊາ​ການ ເຂົ້າໃນວຽກງານ​ພັດທະນາ​ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ບັນລຸຄາດໝາຍທີ່ວາງໄວ້ແຕ່ລະໄລຍະ;
16.ເຂົ້າຮ່ວມປະຊຸມ, ສຳມະນາ, ​ຝຶກ​ອົບຮົມ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງ ​ໃຫ້​ພະນັກງານຂະແໜງພັດທະນາຊົນນະບົດ ຢູ່ຂັ້ນສູນກາງ ແລະ​ ທ້ອງຖິ່ນ, ກໍ່​ຄື​ນັກ​ພັດທະນາ​ກອນ ​ເພື່ອຮຽນຮູ້ ແລະ ​ນໍາພາ​ປະຊາຊົນ​ເຮັດ​ຕົວ​ຈິງ​ຢູ່​ທ້ອງຖິ່ນ ແລະ ບັນດາຈຸດສຸມ ໃນຂະບວນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍຕິດພັນສະໜິດແໜ້ນກັບຂະບວນການຜະລິດເປັນສິນຄ້າ ເພື່ອສ້າງອາຊີບ ແລະ ສ້າງລາຍຮັບໝັ້ນຄົງ;
17.ຮັບຜິດຊອບເປັນກອງເລຂາ ໃນຂົງເຂດວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ, ຈັດສັນ ພູມລໍາເນົາ ແລະ ອາຊີບ, ກອງເລຂາພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກອາຊຽນ ແລະ ກອງເລຂາຂະແໜງການຍ່ອຍພັດທະນາຊົນນະບົດ;
18.ຄົ້ນຄວ້າ, ນຳສະເໜີ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ພ້ອມທັງກໍານົດຕໍາແໜ່ງງານໃຫ້ຄົບຖ້ວນນັບແຕ່ສູນກາງລົງຮອດທ້ອງຖິ່ນ, ແຜນກຳນົດສ້າງ, ບຳລຸງຍົກລະດັບ, ຄຸ້ມຄອງ, ຕິດຕາມ, ກວດການໍາໃຊ້ ແລະ ປະຕິບັດນະໂຍບາຍຕ່າງໆ ໃຫ້ພະນັກງານ-ລັດຖະກອນ. ພ້ອມທັງສະເໜີປະຕິບັດນະໂຍບາຍຍ້ອງຍໍ-ຊົມເຊີຍ ຕໍ່ຜູ້ມີຜົນງານດີເດັ່ນ, ຄົ້ນຄວ້ານຳສະເໜີໂຈະການເລື່ອນ ຊັ້ນ, ຂັ້ນ ຕໍ່ພະນັກງານ-ລັດຖະກອນ ຜູ້ທີ່ລະເມີດຕໍ່ກົດໝາຍ ແລະ ລະບຽບການ;
19.ຄຸ້ມຄອງ, ບໍລິຫານ-ການເງິນ ແລະ ຊັບສິນ ຂອງກົມ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບສັງ ລວມ ຕາມກົດໝາຍ ແລະ ລະບຽບການ;
20.ປະກອບສ່ວນເຂົ້າໃນການພັດທະນາບັນດາວິທະຍາໄລກະສິກໍາ ແລະ ປ່າໄມ້ ແລະ ໂຮງຮຽນ ທີ່ຂຶ້ນກັບ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໃຫ້ມີຄວາມເຂັ້ມແຂງ; ຫັນກິດຈະກໍາໂຄງການ, ງົບປະມານ, ເຕັກນິກວິຊາການ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ລົງສູ່ບັນດາສູນ, ສະຖານີ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອປະກອບສ່ວນສ້າງສູນ, ສະຖານີ ດັ່ງກ່າວໃຫ້ມີຄວາມເຂັ້ມແຂງ;
21,ສະຫຼຸບ, ລາຍງານ ວຽກງານຂອງຕົນ ໃຫ້ລັດຖະມົນຕີ ຊາບ ແລະ ເພື່ອຊີ້ນຳ;
22.ປະຕິບັດໜ້າທີ່ອື່ນໆ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນໆ ແລະ ການມອບໝາຍ ຂອງລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນຳ.