Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ກອງປະຊຸມຂຽນ ແລະ ປັບປຸງເນື້ອໃນ

ໃນຕອນເຊົ້າ ວັນທີ 11 ມິຖຸນາ 2025 ຜ່ານມານີ້ ທີ່ ຫ້ອງປະຊຸມ ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມຂຽນ ແລະ ປັບປຸງ ຮ່າງ ຍຸດທະສາດການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຮອດປີ 2035 ແລະ ວິໄສທັດຮອດປີ 2050 ຢູ່ ແຂວງອຸດົມໄຊ ໂດຍການໃຫ້ກຽດເປັນປະທານ ໂດຍ ທ່ານ ນາງ ແວວມະນີ ເທບພະວົງ ຮອງຫົວໜ້າກົມພັດທະນາຊົນນະບົດ ແລະ ທ່ານ ພິມມະເສນ ຄຸນມະນີວົງ ຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ, ຄະນະທີມງານສູນກາງ, ມີຫົວໜ້າຂະແໜງ, ຮອງຂະແໜງພັດທະນາຊົນນະບົດ, ຕ່າງໜ້າຈາກພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການຂະແໜງພັດທະນາຊົນນະບົດ ຂອງ ແຂວງອຸດົມໄຊ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນທີ່ປະຊຸມ ທ່ານ ແກ້ວຕາເພັດ ບຸນທະວົງຊິນ ຫົວໜ້າ ພະແນກພັດທະນາຊົນນະບົດ ກົມພັດທະນາຊົນນະບົດ ໄດ້ຂຶ້ນຜ່ານ “ຮ່າງ” ຍຸດທະສາດພັດທະຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຮອດປີ 2035 ແລະ ວິໄສທັດຮອດປີ 2050; ເຊິ່ງປະກອບມີ 03 ພາກໃຫຍ່ ຄື:

ພາກທີ​ I: ຕີລາຄາການຈັດຕັ້ງປະຕິບັດວຽກງານພັດທະຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 20 ປີ ຜ່ານມາ (2001–2020) ໃນການພັດທະນາພື້ນຖານໂຄງການລ່າງ ແລະ ສິ່ງອຳນວຍຄວາມສະດວກຢູ່ຊົນນະບົດ, ການຄ້ຳປະກັນສະບຽງອາຫານ, ການສົ່ງເສີມການຜະລິດເປັນສິນຄ້າ ແລະ ການບໍລິການ, ການຈັດພູມລຳເນົາ ແລະ ອາຊີບໝັ້ນຄົງ, ການເຂົ້າເຖິງການສຶກສາ, ການເຂົ້າເຖິງການບໍລິການດ້ານສາທາລະນະສຸກ, ວຽກງານວັດທະນະທຳສັງຄົມ, ການຄຸ້ມຄອງນຳໃຊ້ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດ–ສິ່ງແວດລ້ອມ, ການກໍ່ສ້າງຮາກຖານການເມືອງຢູ່ຊົນນະບົດ, ວຽກງານປ້ອງກັນຊາດ–ປ້ອງກັນຄວາມສະຫງົບ, ສະຫຼຸບຕີລາຄາການຫັນປ່ຽນຢູ່ຊົນນະບົດ ແລະ ແກ້ໄຂທຸກຍາກ, ປັດໄຈທີ່ພາໃຫ້ມີຜົນສຳເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນຖອດຖອນໄດ້.

ພາກທີ II: ທິດນຳ, ວິໄສທັດຮອດປີ 2050, ເປົ້າໝາຍລວມຮອດປີ 2035, ຄາດໝາຍສູ້ຊົນ ປີ 2035 ແລະ ຍຸດທະສາດແຜນງານ.

ພາກທີ III: ຫຼັກການຈັດຕັ້ງປະຕິບັດ, ມາດຕະການຈັດຕັ້ງປະຕິບັດ, ກຳນົດຂະແໜງການຕົ້ນຕໍ, ຈຸດສຸມ, ແຫຼ່ງທຶນ ແລະ ກົນໄກຄຸ້ມຄອງທຶນ, ໂຄງການ ພສລທ ແລະ ກົນໄກ ກວດກາ ຕິດຕາມ ປະເມີນຜົນ ຈາກນັ້ນ ແຕ່ລະພາກສ່ວນກໍ່ໄດ້ປະກອບຄຳເຫັນຕໍ່ ຮ່າງ ຍຸດທະສາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ.

ຈຸດປະສົງ ກໍ່ເພື່ອສະຫຼຸບຄືນຢ່າງພາວະວິໄສ, ສະພາບພົ້ນເດັ່ນ, ການປ່ຽນແປງ ທີ່ເປັນພື້ນຖານຂອງປະເທດ ໃນຕະຫຼອດໄລຍະ 20 ປີທີ່ຜ່ານມາ ຕາມຍຸດທະສາດການເຕີບໂຕ ແລະ ການແກ້ໄຂຄວາມທຸກຍາກ ຫຼື NGPES ຄາດຄະເນໂອກາດ ແລະ ສິ່ງທ່າທ້າຍໃນຕໍ່ໜ້າ ວາງວິໄສທັດຮອດປີ 2050 ກຳນົດເປົ້າໝາຍຄາດຄະເນຜົນໄດ້ຮັບ ຍຸດທະສາດແຜນງານໂຄງການ, ມາດຕະການຂອງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແຕ່ນີ້ຮອດປີ 2035.

#ກົມພັດທະນາຊົນນະບົດ

#ກະຊວງກະສິກຳແລະປ່າໄມ້

#Department of Rural Development

#MAF