ຮ່າງ ດຳລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ
ກອງປະຊຸມທາບທາມຄຳເຫັນ ຕໍ່ ຮ່າງ ດຳລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ (ສະບັບປັບປຸງ).
ໃນວັນທີ 21 ພຶດສະພາ 2025 ກົມພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມທາບທາມຄຳເຫັນ ຕໍ່ ຮ່າງດຳລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ (ສະບັບປັບປຸງ) ຮ່ວມກັບບັນດາຂະແໜງການຂັ້ນທ້ອງຖິ່ນ ຂຶ້ນຢູ່ທີ່ ສະໂມສອນ ນະຄອນປາກເຊ ແຂວງ ຈຳປາສັກ ໂດຍການເປັນປະທານຮ່ວມຂອງ ທ່ານ ບົວຫົງ ຄຳຫາ ຫົວໜ້າກົມພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້; ທ່ານ ຄຳ ນີລະວົງ ວ່າການ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ, ພ້ອມນີ້ມີຜູ້ແທນຕ່າງໜ້າຈາກ ຫ້ອງການສຳນັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທຳ, ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ບັນດາຜູ້ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງ 6 ແຂວງ ຄື: ແຂວງ ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງ ອັດຕະປື ເຂົ້າຮ່ວມຢ່າງພ້ອມພຽງ.
ຕະຫຼອດໄລຍະຜ່ານມາ ພັກ-ລັດ ຍາມໃດກໍ່ຖືເອົາວຽກງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນວຽກຍຸດທະສາດອັນສຳຄັນຂອງ ພັກ-ລັດໂດຍໄດ້ວາງນະໂຍບາຍ ແລະ ອອກມະຕິ ຄຳສັ່ງ ເປັນແຕ່ລະໄລຍະ ແລະ ລັດຖະບານ ກໍ່ໄດ້ຜັນຂະຫຍາຍອອກເປັນ ດຳລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໃນປີ 2009 ແລະ ໄດ້ມີການປັບປຸງມາດຕະຖານດັ່ງກ່າວ ຕາມຄວາມຮຽກຮ້ອງຕ້ອງການຂອງແຕ່ລະໄລຍະ ຈຳນວນ 03 ຄັ້ງ ຄື: ຄັ້ງທຳອິດ ປີ 2012, ຄັ້ງທີ 2 ປີ 2013 ແລະ ຄັ້ງທີ 3 ປີ 2017.
ໃນທີ່ປະຊຸມ ທ່ານ ນ. ນາລິນທອນ ວໍລະສານ ຫົວໜ້າພະແນກມາດຕະຖານ ແລະ ປະເມີນຜົນ, ກົມພັດທະນາຊົນນະບົດ ໄດ້ຂຶ້ນຜ່ານຮ່າງ ດຳລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ການປັບປຸງເນື້ອໃນຄັ້ງນີ້ ຕາມການຄົ້ນຄວ້າ ປຶກສາຫາລື ແລະ ເປັນເອກະພາບ ກ່ຽວກັບ ຊື່ ແລະ ໂຄງປະກອບ ຂອງດຳລັດ ໃຫ້ຮັກສາໄວ້ຄືເກົ່າ ໃນນັ້ນ: ມີທັງໝົດ 6 ໝວດ, 19 ມາດຕາ; ເພື່ອລະດົມຄຳຄິດເຫັນຂອງ ຂະແໜງການຂັ້ນທ້ອງຖິ່ນ ປະກອບເຂົ້າໃສ່ ຮ່າງດຳລັດ ດັ່ງກ່າວ ໃຫ້ສອດຄອງກັບສະພາບການພັດທະນາຕົວຈິງຂອງທ້ອງຖິ່ນ, ພາກພື້ນ ແລະ ສາກົນ; ສ້າງຄວາມເປັນເອກະພາບ ລະຫວ່າງ ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນ ທີ່ມີມາດຕະຖານຕິດພັນກັບ ຮ່າງ ດຳລັດ ວ່າດ້ວຍມາຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ພ້ອມດຽວກັນນີ້ ໃນກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າລົງເລິກ ກ່ຽວກັບໂຄງປະກອບ ແລະ ເນື້ອໃນ ໃຫ້ຈະແຈ້ງ, ເປັນລະບົບຕໍ່ເນື່ອງ ມີຈຸດສຸມ, ຮັບປະກັນຄວາມເປັນເອກະພາບໃນການປະສານສົມທົບຢ່າງກົມກຽວ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນໃນການກຳນົດມາດຕະຖານ ທີ່ບັນຈຸໃນດຳລັດ ສະບັບປັບປຸງນີ້. ເພື່ອເຮັດໃຫ້ການສ້າງ ຮ່າງດຳລັດ ສະບັບນີ້ ຮ່ວມກັບບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ດຳເນີນຢ່າງຖືກຕ້ອງ ແລະ ສອດຄ່ອງກັບຂັ້ນຕອນການສ້າງນິຕະກຳ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ.
ໃນທີ່ປະຊຸມບັນດາຜູ້ແທນກອງປະຊຸມຍັງໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ, ກອງປະຊຸມທາບທາມຄຳເຫັນໃນຄັ້ງນີ້ ໄດ້ດຳເນີນໄປເປັນເວລາເຄິ່ງວັນ ຈຶ່ງປິດລົງດ້ວຍຜົນສຳເລັດອັນຈົບງາມ.