Logo
ວິໄສທັດ: ພັດທະນາການລ້ຽງສັດ ແລະ ການປະມົງ ໃຫ້ມີການຂະຫຍາຍຕົວ ເພື່ອ ຮັບປະກັນການສະໜອງຊີ້ນ, ໄຂ່ ແລະ ປາ ໃຫ້ພຽງພໍ, ປອດໄພ ແລະ ເປັນສິນຄ້າ ສົ່ງອອກ ຕາມທິດກະສິກຳສະອາດ ສີຂຽວ ແລະ ຢືນຍົງ

ໂຄງການ Rights-LINK Lao project

ຈຸດປະສົງ
ເພື່ອປັບປຸງຄວາມຮູ້, ຄວາມສາມາດ ແລະ ການມີສ່ວນຮ່ວມໃນການຄຸ້ມຄອງການນຳໃຊ້ທີ່ດິນກະສິກຳ ຂອງຂະ ແໜງການກະສິກຳ ແລະປ່າໄມ້ ແລະເຄືອຂ່າຍ ທີ່ ກ່ຽວຂ້ອງ (ລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ, ຜູ້ປະກອບ ການພາຍໃນ , ອົງການຈັດຕັ້ງທາງສັງຄົມ, ແມ່ຍິງ ແລະປະຊາຊົນລາວບັນດາເຜົ່າ) ເພື່ອໃຫ້ທຸກພາກສ່ວນໄດ້ ເຂົ້າມາມີສ່ວນຮ່ວມ ແລະ ມີບົດບາດ ໃນການຄຸ້ມຄອງການນຳໃຊ້ ທີ່ດິນກະສິກຳໄດ້ຢ່າງເຕັມສ່ວນ, ເຮັດໃຫ້ການນໍາ ໃຊ້ທີ່ດິນ ມີຄວາມສະງົບ, ຍຸດຕິທຳ ແລະ ມີຄວາມຍືນຍົງ. ທາງດ້ານສະບຽງອາຫານ
ສູນເຄືອຂ່າຍຂໍ້ມູນຂ່າວສານການຄຸ້ມຄອງການນຳໃຊ້ທີ່ດິນ ກະສິກຳ
ສູນຂໍ້ມູນທີ່ດິນແລະຊັບພະຍາກອນທຳມະຊາດຂອງໂຄງການເຄືອຂ່າຍຂໍ້ມູນທີ່ດິນແລະ ຊັບພະຍາກອນທຳມະຊາດພາຍໃຕ້ອົງການບ້ານຈຸດສຸມສາກົນໄດ້ສ້າງຕັ້ງຂຶ້ນທີ່ ນະຄອນຫຼວງວຽງຈັນເພື່ອສົ່ງເສີມຄວາມຮູ້, ການເຂົ້າເຖິງຂໍ້ມູນຂ່າວສານ, ການຮ່ວມ ມື ແລະ ການປຶກສາຫາລືກ່ຽວກັບປະເດັນທາງດ້ານທີ່ດິນ ແລະ ຊັບພະຍາກອນດ້ານທີ່ ດິນ ແລະ ຊັບພະຍາກອນທຳມະຊາດ. ສູນຂໍ້ມູນດັ່ງກ່າວເປັນສູນກາງທີ່ລວບລວມເອົາ ຂໍ້ມູນຂ່າວສານແລະສື່ອຸປະກອນທີ່ຫຼາກຫຼາຍ,ເປັນພື້ນທີ່ໃນການແລກປ່ຽນເລື່ອງ ລາວຕ່າງໆ ແລະ ແນວຄວາມຄິດລະຫວ່າງຊຸມຊົນທ້ອງຖິ່ນ ແລະ ຜູ້ວາງນະໂຍບາຍ ເພື່ອແກ້ໄຂບັນຫາຂໍ້ຈຳກັດທາງດ້ານຂໍ້ມູນ,ເປັນຮູບແບບໃໝ່ທີ່ສ້າງສັນໃນການ ສົ່ງເສີມການເຜີຍແຜ່ຂ້ໍມູນຂ່າວສານໃຫ້ກ້ວາງຂວາງເພ່ືອປັບປຸງຂະບວນການ ຕັດສິນໃຈໃຫ້ມີຄວາມເໝາະສົມ. ສູນຂໍ້ມູນທີ່ດິນ ເປີດ ວັນຈັນ – ວັນສຸກ ເວລາ 8:00 ເຊົ້າ – 16:00 ແລງ