ກອງປະຊຸມທາບທາມ ຮອບທີ 1 ແລະ ຮອບທີ 2
ກອງປະຊຸມທາບທາມ ເປົ້າໝາຍບຸກຄະລາກອນ ທີ່ຈະລົງສະໝັກເປັນ ຄະນະໜ່ວຍກຳມະບານຮາກຖານ ກົມພັດທະນາຊົນນະບົດ ຮອບທີ 1 ແລະ ຮອບທີ 2 ຂອງວັນພະຫັດ ຄັ້ງວັນທີ 31 ຕຸລາ 2024 ທີ່ຫ້ອງປະຊຸມກົມພັດທະນາຊົນນະບົດ ໂດຍການເປັນປະທານຮ່ວມໂດຍ ສະຫາຍ ບົວຫົງ ຄຳຫາ ເລຂາໜ່ວຍພັກຮາກຖານກົມພັດທະນາຊົນນະບົດ, ສະຫາຍ ວໍລະວຸດ ລິນທະວົງ ປະທານກຳມະບານຮາກຖານກົມພັດທະນາຊົນນະບົດ ແລະ ສະຫາຍ ……….ຕາງໜ້າຈາກສະຫະພັນກຳມະບານ ກະຊວງກະສິກຳ ແລະ ປ່າໄມ້ ມີບັນດາ ຫົວໜ້າຈຸ, ຮອງຈຸ ແລະ ສະມາຊິກ ກຳມະບານຮາກຖານກົມພັດທະນາຊົນນະບົດ ເຂົ້າຮ່ວມຢ່າງພ້ອມພຽງ.