Wrap up meeting Fact Finding Mission
ໃນພິທີ ທ່ານ ບົວຫົງ ຄຳຫາ ຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວສະເເດງຄວາມຍິນດີຕ້ອນຮັບ ບັນດາທ່ານທີ່ມາຈາກຂະເເໜງການສູນກາງ ແລະ ທ້ອງຖິ່ນ ແລະ ບັນດາຊ່ຽວຊານ ທີ່ມາຈາກທະນາຄານພັດທະນາອາຊີ (ADB) ທີ່ໄດ້ມາເຄື່ອນການອອກເເບບໂຄງການ (Fact Finding Mission) ໃນໄລຍະວັນທີ 15-26 ກໍລະກົດ 2024 ຢູ່ ນະຄອນຫຼວງວຽງຈັນ ແລະ ສະເເດງຄວາມຊົມເຊີຍທີ່ ຊ່ຽວຊານ ADB ທີ່ໄດ້ສໍາເລັດການເຮັດວຽກທາງດ້ານວິຊາການຢູ່ ສປປ ລາວ ໃນໄລຍະ 02 ຄັ້ງ ທີ່ຜ່ານມາ ຄື: ໃນໄລຍະເດືອນ ເມສາ 2024 ແລະ ລົງເຄື່ອນໄຫວເກັບກຳຂໍ້ມູນຕົວຈິງ ຢູ່ 05 ເເຂວງ ໂດຍສົມທົບກັບຂະເເໜງການຢູ່ຂັ້ນທ້ອງຖິ່ນ ໃນເດືອນ ມິຖຸນາ 2024 ທີ່ເເຂວງໄຊຍະບູລີ, ຫຼວງພະບາງ, ຄຳມ່ວນ, ສະຫວັນນະເຂດ ແລະ ໄປຖອດຖອນບົດຮຽນຂອງໂຄງການ ລພຊ ຢູ່ ເເຂວງອຸດົມໄຊ. ນອກຈາກນີ້ ກໍຍັງໄດ້ໄປພົບພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ເປັນຕົ້ນເເມ່ນ ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພາຍໃນ ເພື່ອເປັນຂໍ້ມູນພື້ນຖານປະກອບໃນການກະກຽມ.
ກອງປະຊຸມ ໄດ້ຮັບຟັງການນຳສະເໜີຜົນການອອກເເບບ ໂຄງການສ້າງຄວາມເຂັ້ມເເຂງດ້ານການປັບຕົວ ແລະ ຫຼຸດຜ່ອນຄວາມທຸກຍາກ (Building Resilience and Reducing Rural Poverty Project) ຫຼື ເອີ້ນວ່າ BRRRP ຊຶ່ງເປັນກອງປະຊຸມເເບບວິຊາການ ສະນັ້ນ, ຈຶ່ງຮຽກຮ້ອງມານຳບັນດາທ່ານ ເເຂກຜູ້ເຂົ້າຮ່ວມຄັ້ງນີ້ ຈົ່ງພ້ອມກັນ ຄົ້ນຄວ້າ ປະກອບຄຳເຫັນເເລກປ່ຽນ ເພື່ອໃຫ້ການອອກເເບບໂຄງການຖືກຕ້ອງສອດຄອງຕາມສະພາບຄວາມເປັນຈິງ ແລະ ຈຸດພິເສດຂອງພື້ນທີ່ເປົ້າໝາຍ, ລະບຽບກົດໝາຍຂອງ ສປປ ລາວ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງສຸດ.