ພິທີມອບຮັບໃບຢັ້ງຢືນສຳເລັດການຝຶກງານ
ພິທີມອບຮັບໃບຢັ້ງຢືນ ໃຫ້ແກ່ນັກສຶກສາ ພາກວິຊາ ໄຟຟ້າເອເລັກໂຕຼນິກ, ສາຂາ ຄອມພິວເຕີ້ທຸລະກິດ, ວິທະຍາໄລ ປາກປາສັກ ທີ່ສຳເລັດການຝຶກງານ ໃນຄັ້ງວັນທີ່ 19 ກໍລະກົດ 2024 ທີ່ ກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້, ໂດຍການເປັນປະທານ ພິທີດັ່ງກ່າວ ໂດຍ ທ່ານ ນ. ແວວມະນີ ເທບພະວົງ ຮອງຫົວໜ້າກົມພັດທະນາຊົນນະບົດ, ມີບັນດາຄະນະພະແນກ, ພະນັກງານລັດຖະກອນພາຍໃນກົມພັດທະນາຊົນນະບົດ ແລະ ນ້ອງໆນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວທ່ານ ນ. ແວວມະນີ ເທບພະວົງ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ຄຳແນະນໍາ ແກ່ບັນດານັກສຶກສາ ໃຫ້ເອົາໃຈໃສ່ສືບຕໍ່ ຝຶກຝົນ ຫຼໍ່ຫຼອມ ແລະ ພັດທະນາຕົນເອງ ກ້າຕັດສິນໃຈ, ກ້າຄິດ, ກ້າສະແດງອອກ, ສຸມສະຕິປັນຍາ, ສູ້ຊົນບຸກບືນຫ້າວຫັນ ເພື່ອປະຕິບັດໜ້າທີ່ວຽກການສຶກສາຂອງຕົນ ໃຫ້ໄດ້ຮັບຜົນສໍາເລັດອັນຈົບງາມ.