Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ການຝຶກອົບຮົມການນຳໃຊ້ລະບົບຄຸ້ມຄອງເອກະສານ (e-Doc)

       ໃນວັນທີ 08 ພຶດສະພາ 2024 ກົມພັດທະນາຊົນນະບົດ ສົມທົບກັບ ກົມຈັດຕັ້ງ ແລະ ພະນັກງານ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມການນຳໃຊ້ລະບົບຄຸ້ມຄອງເອກະສານ (e-Doc) ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດຊຸດຝຶກອົບຮົມຂອງ ທ່ານ ບົວຫົງ ຄຳຫາ ຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ບຸນທະວີ ໄຊຍະເພັດ ຫົວຫນ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງກະສິກຳ ແລະ ປ່າໄມ້, ມີພະນັກງານລັດຖະກອນພາຍໃນກົມພັດທະນາຊົນນະບົດ ເຂົ້າຮ່ວມ ທັງໝົດ 65 ທ່ານ, ຍິງ 21 ທ່ານ.

       ໃນພິທີ ທ່ານ ທ່ານ ບົວຫົງ ຄຳຫາ ຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວພິທີເປີດຝຶກອົບຮົມໃນຄັ້ງນີ້ຢ່າງເປັນທາງການ ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນໃນການຝຶກອົບຮົມ ແນ່ໃສ່ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານທີ່ເຮັດວຽກງານພັດທະນາຊົນນະບົດ ໂດຍສະເພາະແມ່ນການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານພັດທະນາຊົນນະບົດ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ທັງເປັນການຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານການນຳໃຊ້ລະບົບຄຸ້ມຄອງເອກະສານ (e-Doc) ໃຫ້ແກ່ພະນັກງານລັດຖະກອນກົມພັດທະນາຊົນນະບົດ ໃຫ້ເຂົ້າໃຈເລິກເຊິ່ງເຖິງບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ການນໍາໃຊ້ລະບົບຄອມພິວເຕີ ແລະ ເຄື່ອງມືເອເລັກໂຕຣນິກເຂົ້າໃນການເຮັດວຽກງານວິຊາສະເພາະ ໃຫ້ມີຄວາມສະດວກ, ວ່ອງໄວ, ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ທັງສ້າງການຫັນປ່ຽນໃໝ່ໃນວຽກງານການເມືອງ-ແນວຄິດໃນຍຸກ 4.0; ເນື້ອໃນການຝຶກອົບຮົມປະກອບມີ 09 ຫົວຂໍ້ ດັ່ງນີ້:

       1. ຄວາມຕ້ອງການຂອງລະບົບຄຸ້ມຄອງເອກະສານ

       2. ການຕິດຕັ້ງລະບົບ ແລະ ການກຳນົດຄ່າເລີ່ມຕົ້ນ

       3. ການບັນທຶກລະຫັດພື້ນຖານ (ຂໍ້ມູນຫຼັກ)

       4.ເລີ່ມຕົ້ນນຳໃຊ້ລະບົບ

       5. ການບັນທຶກເອກະສານຂາເຂົ້າ

       6. ການບັນທຶກເອກະສານຂາອອກ

       7. ການຄົ້ນຫາເອກກະສານຂາເຂົ້າ

       8. ບັນທຶກເອກະສານສຳເນົາ

       9. ການຄົ້ນຫາເອກະສານສຳເນົາ

       ທ້າຍພິທີ ປະທານ ຍັງໄດ້ເນັ້ນໜັກໃຫ້ພະນັກງານລັດຖະກອນທັງໝົດ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ແລກປ່ຽນບົດຮຽນ, ເກັບກ່ຽວເອົາຄວາມຮູ້ໃນການເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຕົວຈິງ ແລະ ພັດທະນາວຽກງານພັດທະນາຊົນນະບົດ ໃຫ້ສົມຄູ່ກັບໜ້າທີ່ການເມືອງໃນແຕ່ລະໄລຍະ ໃຫ້ມີຜົນສໍາເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ.