Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ພິທີມອບ-ຮັບ ປັດໄຈການຜະລິດ ໃຫ້ກຸ່ມປັບປຸງຊີວິດການເປັນຢູ່ແບບຍືນຍົງ ຢູ່ບ້ານດຸ່ນອ່ຽນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

          ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການປັບປຸງຊີວິດການເປັນຢູ່ແບບຍືນຍົງ, ໃຫ້ດຳເນີນງານໄປຕາມແຜນການຂອງໂຄງການທີ່ໄດ້ກຳນົດໄວ້ ເພື່ອໃຫ້ສາມາດນໍາໃຊ້, ຄຸ້ມຄອງ, ຮັກສາ, ເປັນທຶນຮອນ ແລະ ຮັບປະກັນຄວາມຍືນຍົງ ພ້ອມທັງຊຸກຍູ້ສົ່ງເສີມ ການສ້າງຄອບຄົວຕົວແບບ ທາງດ້ານ ການປູກເຫັດ ແລະ ຖັກແສ່ວ ແລະ ເປັນຈຸດຖ່າຍທອດແລກປ່ຽນຄວາມຮູ້ ຢູ່ພາຍໃນບ້ານ ແລະ ບ້ານອ້ອມຂ້າງ. ໃນນາມກົມພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງໄດ້ມອບ ປັດໄຈການຜະລິດ ໃຫ້ແກ່ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊທານີ, ນະຄອນຫຼວງວຽງຈັນ  ເປັນຜູ້ຄຸ້ມຄອງ ແລະ ສະໜອງໃຫ້ ກັບກຸ່ມປັບປຸງຊີວິດການເປັນຢູ່ແບບຍືນຍົງ ຢູ່ບ້ານດຸ່ນອ່ຽນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນງົບປະມານໂດຍ ກອງທຶນການຊ່ວຍເຫຼືອຈາກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (LMC).