ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຢ້ຽມຢາມການຜະລິດທີ່ເມືອງ ປາກຊ່ອງ ແຂວງ ຈຳປາສັກ.
ໃນວັນທີ 17 ຕຸລາ 2023 ທີ່ຜ່ານມານີ້ ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ວັນໄຊ ຟອງສະຫວັນ ເຈົ້າແຂວງໆ ຄຳມ່ວນ ພ້ອມດ້ວຍຄະນະ ລົງຊຸກຍູ້ການຜະລິດກະສິກຳ ຢູ່ເມືອງ ປາກຊ່ອງ ແຂວງ ຈຳປາສັກ ໂດຍການຕ້ອນຮັບຂອງທ່ານ ປອ ສົມລິດ ວິລະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ ຈຳປາສັກ ພ້ອມດ້ວຍຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ປາກຊ່ອງ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໃນການລົງເຄື່ອນໄຫວໃນຄັ້ງນີ້ ຄະນະດັ່ງກ່າວ ກໍ່ໄດ້ລົງຢ້ຽມຢາມ ບໍລິສັດລາວຟາມ ເປັນຟາມລ້ຽງງົວພັນຊີ້ນ ຂອງທ່ານ ດາວັນ ບຸບຜາພັນ ເຊິ່ງຕັ້ງຢູ່ເຂດຄຸ້ມຄອງຂອງບ້ານ ຫ້ວຍກອງ ກຸ່ມທີ 9 ເມືອງປາກຊ່ອງ ແຂວງຈຳປາສັກ ຫ່າງຈາກເມືອງປາກຊ່ອງໄປທາງທິດຕາເວັນອອກຊ່ຽງໃຕ້ປະມານ 33 ກິໂລແມັດ ເຊິ່ງມີເນື້ອທີ່ດິນທັງໝົດ 113 ເຮັກຕາ ໃນນັ້ນເນື້ອທີ່ດິນປູກຫຍ້າ 90 ເຮັກຕາ, ຊື່ງເປັນຟາມລ້ຽງງົວພັນຊີ້ນ ມີ 5 ສາຍພັນ ເຊັ່ນ: ພັນແອງກັຊ, ຊາລູເລ, ບຣາມັນ, ພັນບັກຄິວ, ພັນບິຊມາດເຕີ້, ປັດຈຸບັນມີງົວທັງໝົດ 1.120 ກວ່າໂຕ, ໃນຟາມດັ່ງກ່າວໄດ້ມີວິຊາການດ້ານສັດຕະວະແພດ, ນັກວິຊາການດ້ານການປະສົມພັນທຽມ ແລະ ພະນັກງານພາຍໃນຟາມລ້ຽງງົວ, ສຳລັບການໃຫ້ອາຫານງົວແມ່ນ 3 ຄາບຄື: ຕອນເຊົ້າໃຫ້ຮຳອ່ອນ, ທ່ຽງແລະແລງຈະໃຫ້ຫຍ້າບົດ ພ້ອມນີ້ທາງຟາມຫຍັງມີຫ້ອງແລັບ ເພື່ອຜະລິດນ້ຳເຊືິ້ອ, ງົວ ແລະ ແຜນໃນຕໍ່ໜ້າທາງຟາມຈະຂະຫຍາຍຟາມຕື່ມຢູ່ທີ່ນະຄອນຫຼວງວຽງຈັນ, ໃນການຜະລິດລູກງົວ, ການຮິດນ້ຳເຊື່ອເພື່ອບໍລິການປະສົມທຽມໃຫ້ປະຊາຊົນ ພ້ອມທັງສ້າງເປັນຟາມຕົວແບບ ໃນການລ້ຽງງົວເປັນສີນຄ້າ, ໃນການລົງຢ້ຽມຢາມລາວຟາມໃນຄັ້ງນີ້ ທ່ານ ລັດຖະມົນຕິກະຊວງກະສິກຳ ແລະ ປ່າໄມ້ ໄດ້ຍ້ອງຍໍຊົມເຊີຍ ແລະ ໃຫ້ສຶບຕໍ່ຂະຫຍາຍໃຫ້ຫຼາຍກວ່າເກົ່າ, ສ້າງສູດອາຫານທີ່ເປັນຂອງຟາມເອງ, ສ້າງບຸກຂະລາກອນດ້ານວິຊາການຕ່າງໆ ເພຶື່ອຂະຫຍາຍແນວພັນງົວພາຍໃນຟາມ ແລະ ພ້ອມທັງສົ່ງເສີມປະຊາຊົນລ້ຽງ.
ແຫລ່ງຂ່າວຈາກ: ຂ່າວສານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ
ໂດຍ: ຄຳຮູ້