ພິທີເຊັນບົດບັນທຶກຄວາມເຂົ້າໃຈ ການສ້າງສູນກັກກັນ ແລະ ບໍລິການສຸຂະພາບສັດ (ລີງ) ໃນການຢັ້ງຢືນສຸຂານາໄມ (SPS)
ໃນວັນທີ 3 ພະຈິກ 2023, ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ການສ້າງສູນກັກກັນ ແລະ ບໍລິການສຸຂະພາບສັດ (ລີງ) ໃນການຢັ້ງຢືນສຸຂານາໄມ (SPS) ລະຫວ່າງ ກົມລ້ຽງສັດ ແລະ ການປະມົງ ແລະ ບໍລິສັດ ລູກາສ ກຣຸບ ຈໍາກັດ (ຊາງຕູ) ສປ ຈີນ ຂຶ້ນ, ທີ່ນະຄອນຫຼວງວຽງຈັນ. ຊຶ່ງລົງນາມໃນບົດບັນທຶກຄວາມເຂົ້າໃຈສະບັບນີ້ ໂດຍທ່ານ ປອ ກາວີພອນ ພຸດທະວົງ ຫົວໜ້າກົມລ້ຽງສັດ ແລະ ການປະມົງ; ທ່ານ ຢ໋ອງ ວຽວ ຄັນ ປະທານບໍລິສັດ ລູກາສ ກຣຸບ ຈໍາກັດ (ຊາງຕູ) ສປ ຈີນ; ລົງນາມສັກຂີພິຍານໂດຍ ທ່ານ ປອ ບຸນເດດ ສຸກທະວິໄລ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື; ທ່ານ ປອ ສົມຫວັງ ພິມມະວົງ ຮອງຫົວໜ້າກົມປ່າໄມ້. ໃຫ້ກຽດເປັນສັກຂີພິຍານໃນພິທີດັ່ງກ່າວ ມີ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ໂດຍ: ຄຳຮູ້ ທອງສະໝຸດ.