ພິທີລົງນາມເຊັນສັນຍາ ຕົກລົງ MOA ວ່າດ້ວຍການພັດທະນາໂຄງການລ້ຽງອ່ຽນເອີຣົບ ຄົບວົງຈອນ
ພິທີລົງນາມເຊັນສັນຍາ ຕົກລົງ MOA ວ່າດ້ວຍການພັດທະນາໂຄງການລ້ຽງອ່ຽນເອີຣົບ ຄົບວົງຈອນ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ລະຫວ່າງ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ກັບ ບໍລິສັດ Yield Master International ຈໍາກັດ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 09 ພະຈິກ 2023 ທີ່ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພີຍານຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້. ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ປະທານ ມູນລະນິທິແມ່ຍິງລາວກ້າວໜ້າເພື່ອພັດທະນາຊ່ວຍເຫຼືອສັງຄົມ ແລະ ແຂກຖືກເຊີນພາຍໃນງານ.
#FacebookPage: ຂ່າວສານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ
ໂດຍ: ຄຳຮູ້ ທອງສະໝຸດ.