ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການ FAO ຮ່ວມມືຊຸກຍູ້ການຫັນປ່ຽນການລ້ຽງສັດເປັນສິນຄ້າແບບຍືນຍົງໃນ ສປປ ລາວ
ໃນລະຫວ່າງ ວັນທີ 6 ຫາ 7 ພະຈິກ 2023 ທີ່ຜ່ານມາ. ການລ້ຽງສັດ ແລະ ການປະມົງ ໄດ້ມີບົດບາດສຳຄັນຢູ່ໃນຂະແໜງການຜະລິດກະສິກຳຂອງ ສປປ ລາວ ເຊິ່ງໄດ້ປະກອບສ່ວນຫຼາຍກວ່າ 1/3 ຂອງມູນຄ່າເພີ່ມຂອງຂະແໜງການຜະລິດກະສິກຳ. ຄວາມຕ້ອງການສັດລ້ຽງ ແລະ ຜະລິດຕະພັນຈາກສັດລ້ຽງ ເຊິ່ງລວມທັງ ຊີ້ນ, ນົມ, ໄຂ່ ແລະ ອື່ນໆ ແມ່ນເພີ່ມຂຶ້ນຢ່າງໄວວາທັງພາຍໃນປະເທດ ແລະ ໃນບັນດາຕະຫຼາດໃນປະເທດໃກ້ຄຽງ ໂດຍສະເພາະ ແມ່ນ ປະເທດ ສປ ຈີນ ແລະ ຫວຽດນາມ. ການເພິ່ມຂຶ້ນຂອງຄວາມຕ້ອງດັ່ງກ່າວແມ່ນເປັນຜົນມາຈາກການພັດທະນາຕາໜ່າງເສັ້ນທາງການສັນຈອນໃນບັນດາປະເທດໃນຂົງເຂດອະນຸພາກພື້ນແມ່ນ້ຳຂອງ ແລະ ຂໍ້ຕົກລົງສອງຝ່າຍລະຫວ່າງ ສປປ ລາວ ແລະ ປະເທດເພື່ອນບ້ານກ່ຽວກັບການສົ່ງອອກສັດລ້ຽງ ໂດຍສະເພາະແມ່ນ ການສົ່ງອອກສັດລ້ຽງສະເພາະໄປ ສປ ຈີນ ແມ່ນມີມູນຄ່າສູງເຖິງ 54 ລ້ານໂດລາສະຫະລັດຕໍ່ປີ. ມື້ທໍາອິດຂອງກອງປະຊຸມໄດ້ສຸມໃສ່ການປະກອບສ່ວນເຂົ້າໃນການພັດທະນາລະບົບການຜະລິດອາຫານ ແລະ ການກະສິກໍາໃຫ້ມີປະສິດທິພາບ, ມີສ່ວນຮ່ວມ, ມີຄວາມຍືນຍົງ, ມີຄວາມທົນທານ ແລະ ມີຜົນກະທົບຈາກການປ່ອຍອາຍກາກບອນທີ່ຕ່ຳ ແລະ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ປີ 2030 ຢູ່ ສປປ ລາວ. ໂດຍອີງໃສ່ ຜົນຂອງການສົນທະນາ ປຶກສາຫາລື ແລະ ການວິເຄາະຈາກມື້ທໍາອິດ ແລ້ວ, ໃນມື້ທີ ສອງ ຂອງກອງປະຊຸມແມ່ນໄດ້ ສຸມໃສ່ການກໍານົດບູລິມະສິດການລົງທຶນສໍາລັບການຄ້າສັດລ້ຽງທີ່ກ້າວໄປສູ່ການຫັນປ່ຽນແບບຍືນຍົງຢູ່ ສປປ ລາວ. ນອກຈາກນີ້ ກອງປະຊຸມຍັງໄດ້ຍົກໃຫ້ເຫັນເຖິງ ຄວາມສຳຄັນ ຂອງການກຳນົດ ເປົ້າໝາຍ ແລະ ການຮ່ວມມືແບບມີຍຸດທະສາດລະຫວ່າງພາກລັດ-ເອກະຊົນ ນຳອີກ. ໃນກອງປະຊຸມດັ່ງກ່າວ, ທ່ານ ປອ ກາວິພອນ ພຸດທະວົງ, ຫົວຫນ້າກົມລ້ຽງສັດ ແລະ ການປະມົງ ພາຍໃຕ້ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຊົມເຊີຍອົງການ FAO ທີ່ໄດ້ໃຫ້ການຮ່ວມມືຢ່າງສະໜິດແໜ້ນ ແລະ ໃຫ້ການສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະເວລາ ຫຼາຍກວ່າ 5 ທົດສະວັດ ທີ່ຜ່ານມາ. ທ່ານ ກາວິພອນ ຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນອັນຮີບດ່ວນທີ່ຕ້ອງມີແຜນແມ່ບົດ ແລະ ແຜນດຳເນີນງານ ໃນການພັດທະນາການລ້ຽງສັດ ເພື່ອນຳໄປສູ່ ການຫັນປ່ຽນການພັດທະນາການລ້ຽງສັດເປັນສິນຄ້າແບບຍືນຍົງ. ໝາກຜົນອັນສູງສຸດຂອງແນວຄວາມຄິດລິເລີ່ມນີ້ແມ່ນ ນຳໄປສູ່ການ ຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ການພັດທະນາຊົນນະບົດ ແລະ ຄວາມທົນທານຕໍ່ກັບສະພາບດິນຟ້າອາກາດ ທັງຢູ່ພາຍໃນ ແລະ ພາກພື້ນ. ທ່ານຍັງໄດ້ກ່າວວ່າ ວິໄສທັດ ແລະ ຍຸດທະສາດຮ່ວມທີ່ໄດ້ຮັບການພັດທະນາຂຶ້ນຜ່ານການສົນທະນາລະດັບຊາດໃນຄັ້ງນີ້ຈະຊ່ວຍອຳນວຍຄວາມສະດວກ ແລະ ເປັນຄໍາໝັ້ນສັນຍາຂອງທຸກພາກສ່ວນທີ່ກ່ຽວຂ້ອງ, ພ້ອມທັງ ບູລິມະສິດໃນການລະດົມແຫຼ່ງທຶນ ແລະ ຄວາມຮູ້ທາງວິຊາການ ຈະໄດ້ຮັບການສ້າງຕັ້ງຂຶ້ນເພື່ອສະໜັບສະໜູນ ເພື່ອຫັນປ່ຽນການລ້ຽງສັດໄປສູ່ການຜະລິດແບບເປັນສິນຄ້າທີ່ຍືນຍົງໃນ ສປປ ລາວ.
ຂຽນໂດຍ: ທ. ຄຳຮູ້ ທອງສະໝຸດ